Lao Vision Home Lao Vision Forum Lao Student and Professional Networking Advertise on LaoVision.net Lao Vision Affiliates Lao Vision Staff Contact Lao Vision
I. OPINION
  1. Staff Profiles

  2. Letters to Lao Vision
II. EDUCATION
  1. Considering Graduate School?
  2. by Douangchit Mounghane
  3. The Reward

  4. by Douangdeuane Douangdara
  5. Who Are the Lao?

  6. by Douangdeuane Douangdara
  7. Lao Geography

  8. by Douangdeuane Douangdara
III. CULTURE
  1. Lao Weddings

  2. by Montha Phavongxay
  3. Will You Not Miss Us?

  4. by Check Kirivong
  5. Lao New Year
    ປີໃຫມ່ລາວ
    (Lao & Eng.)
    by Douangdeuane Douangdara

  6. Growing Up Lao in America

  7. by Douangchit Mounghane
IV. FEATURE
  1. Who Makes Your Decisions?

  2. by Anonymous
  3. Colors in Between

  4. by Von PhrakonKham
  5. Interracial Relationships

  6. by Check Kirivong
  7. Children of War

  8. by Douangdeuane Douangdara
  9. You Ask Me Why

  10. by Von PhrakonKham
V. LITERATURE
  1. ຮີດ ສິບສອງ

  2. by Douangdeuane Douangdara
  3. Five Minutes

  4. by Von PhrakonKham
  5. Maa Thao

  6. by Von PhrakonKham
  7. ເລືອດລາວ

  8. by Douangdeuane Douangdara
  9. When Your Timing Is Ripe

  10. by Sounantha Phoumarath
VI. PROFILE
  1. Steve's Interview

  2. by Von PhrakonKham
VII. HEALTH
  1. Tobacco and Our Health

  2. by Douangchit Mounghane
VIII. RICE AND JAEW
  1. Recipes

  2. by Montha Phavongxay
  3. ສີ່ງທີ່ຄວນຄິດ
    by Sounantha Phoumarath

  4. Growing Up in the Eighties

  5. by Douangchit Mounghane
  6. Marriage: On Love Alone?
    by Sounantha Phoumarath


Can you see the Lao fonts?
Click here for viewing instructions.


 
ຮີດ ສິບສອງ
ດວງເດືອນ ດວງດາຣາ


ຮີດສິບສອງ ເປັນປະເພນີ ຂອງ ລາວ ທີ່ ປູ່ຍາ່ຕາຍາຍ ຂອໆພວກເຣາົ ໄດ້ນັບຖື ແລະກະທຳກັນມາ ແຕ່ໂບຮານະການ ຊງຶ່ພວກເຮາົ ລູກຫລານຄວນເກັບຮັກສາໄວ້ແລັວນຳໄປປະຕິບັດ ປະກອບທັມເພື່ອເປັນມຸງຄຸນ ແກ່ຕົນເອງ, ຄອບຄົວ ແລະສັງຄົມ ຕໍ່ ໄປພາຍຫນາ້.

* ຮີດສິບສອງ ມີກາບກອນ ແລະຄຳ ອະທິິບາຍ ດັ່ງຕໍ່ໄປນີ້:

໑. ເຖິງເມື່ອເດືອນຈຽງເ ຂາົ້ ກາຍມາແຖມຖ່າຍ ຝູງຫມູ່ສັງຄະເຈາົ້ ກໍ່
ຕຽມເຂາົ້ ສູ່ກັມ ມັນ ຫາກທຳນຽມນີ້ ມີມາຕັ້ງແຕ່ກ່ອນ
ຢ່າໄດ້ ລະຫາ່ງເວັ້ນ ເຂັນຊິຂອ້ງແລ່ນນຳ ແທ້ແລ້ວ

* ເດືອນຈຽງ ໃຫ້ນິມົນພຣະສັງຄະເຈົ້າເຂົ້າກັມທັມມະຖານ ທຳບຸນຖືສິນກິນທານ ຢາດນ້ຳໄປໃຫ້ຍາດພີ່ນອ້ງ ຜູ້ລວ່ງລັບໄປແລ້ວ.

໒. ພໍແຕ່ເດືອນຍີ່ໄດ້ ລ້ຳ ລວ່ງມາເຖິງ ໃຫ້ພາກັນຫາຟືນ ສູ່ຄົນໂຮມໄວ້ ຢາ່ໄດ້ໄລຄອງນີ້ິ ຊິເສັຽສີສູນເປົ່າ ເຂົ້າແລະຂອງຫມູ່ນັ້ນ ຊິຫາຍສຽ້ງ ບໍ່ຍັງ ຈົ່ງໃຫ້ຟັງຄອງນີ້ ແນວກອນເຮົາບອກ ຢາ່ໄດ້ເອົາອອກເວັ້ນ ເຂັນຮ້າຍຊິແລ່ນເຖິງ ເຈົ້າເອີຍ

* ເດືອນຍີ່ທຳບຸນຄູນເຂົ້າ ພຣະສົງສູດມົນສູ່ຂວັນສູດເຂົ້າ ຊາວບາ້ນສະສົມຫາຟືນມາໄວ້.

໓. ເຖິງເມື່ອເດືອນສາມໄດ້ ຈົ່ງພາກັນເຮັດເຂົ້າຈີ່
ໄປຖວາຍສັງຄະເຈົ້າ ເອົາແທ້ຫມູ່ບຸນ ກຸສົນຍັງນຳຄຳ້ ຕາມເຮົາມື້ລະຄາບ ຫາກທຳນຽມຈັ່ງຊີ້ ມີແທ້ແຕ່ນານ

ໃຫ້ທຳໄປທຸກບາ້ນ ທຸກທີ່ເອົາບຸນພໍ່ເອີຍ
ຄອງຫາກເຄີຍມີມາ ແຕ່ ປາງປະຖົມພຸ້ນ
ຢາ່ ພາກັນໄລ ຖ ີ້ມ ປະເພນີຕງັ້ແແຕ່ເກົ່າ
ບາ້ນເມືອງເຮົາຊິເສົ້າ ພັຍຮາ້ຍຊິແລ່ນຕາມ
* ເດືອນສາມ ມື້ເພັງ ທຳບຸນເຂົ້າຈີ່ ແລະ ບຸນມາຄະບູຊາ.

໔. ພໍເຖິງ ເດືອນສີ່ໄດ້ ໃຫ້ເກັບດອກບຸບຜາ
ຫາມາລາດວງຫອມ ສູ່ຄົນເກັບໄວ້
ຢາ່ໄດ້ໄລຄອງນີ້ ຊິເສັຽສີສູນເປົ່າ
ຫາເອົາ ຕາກແດດໄວ້ ໃຫ້ທຳແທ້ ສູ່ຄົນ
ຢາ່ໄດ້ໄລຫນີພົ້ນ ແນວຄອງຕັ້ງແຕ່ ເກົ່າ
ໄຟທງັຫລາຍຊິແລນ່ເຂົ້າ ເຜົາບານ້ຊິເຊື່ອມສູນ
ໃຫ້ຝູງລາວທັງຄາ້ຍ ຢາ່ໄລຄອງຮີດເກົ່າ
ມັນຊິຫມອງຫມົ່ນເສົ້າ ເມືອງບາ້ນຊິທຸກຈົນ ແທ້ແລ້ວ

* ເດືອນສີ່ ທຳບຸນພຣະເຫວດ ຟັງເທດມະຫາຊາດ ຖວາຍກັນຫລອນ.

໕. ພໍເຖິງເດືອນຫາ້ໄດ້ ພວກໄພ່ຊາວເມືອງ
ຈົ່ງພາກັນຂັດສີ ສົງນ້ຳ ພຸທະຮູບ
ໃຫ້ທຳທຸກວັດແທ້ ຢາ່ໄລຮ້າງຫາ່ງເສັຽ ໃຫ້ພາກັນທຳແທ້ໆ ນອ້ຍໃຫຍ່ບໍ່ ໄດ້ວາ່
ທຸກທົ່ວທີບແຜ່ນຫລ້າ ໃຫ້ທຳແທ້ສູ່ຄົນ ຈັ່ງຊິສຸກຍິ່ງລົ້ນ ທຳຖືກຄຳສອນ
ຖືຮີດຄອງຄວນຖື ແຕ່ປາງປະຖົມພຸ້ນ

* ເດືອນຫ້າ ທຳບຸນຂື້ນປີໃຫມ່ ສົງນ້ຳພຣະພທຸະຮບູ ທຳລາບາສີ ແດ່ພໍ່ແມ່ ເຖົ້າແກ່ ຜູ້ອາວຸໂສ ບຸນຫົດນ້ຳ.

໖. ພໍເຖິງ ເດືອນຫົກໄດ້ ເອົາວາຣີ ສົງໂສດ
ຫົດພຣະພທຸະຮູບ ທັງເຫນືອໃຕ້ສູ່ພາຍ
ຢາ່ໄດ້ລະບຽງບາ່ຍ ປັດປາ່ຍຫາຍຫຍຸດ
ມັນຊິສູນເສັຽສີ ຕຳ່ໄປເມຶືອຫນາ້
ຈົ່ງພາກັນທຳແທ້ ແນວຄອງຮີດເກົ່າ ເອົາບຸນໄປເລອື້ຍໆ ຢາ່ຖອຍຫນາ້ເສືອ່ມເສັຽ

* ເດືອນຫົກ ບຸນວິສາຄະບູຊາ ບຸນບັ້ງໄຟ ພຣະເທດຕະຫສອດວັນ ມິການບວດນາກ ກາງຄືນ ມີການວຽນທຽນ.

໗. ພໍເມື່ອ ເດືອນເຈັດແລ້ວ ຈົ່ງພາກັນບູຊາຣາຊ
ຝູງຫມູ່ເທບເຫລົ່ານນັ້ ບູຊາແທ້ ສູ່ພາຍ
ຕລອດໄປຮອດອາ້ຍ ອາຣັກໃຫຍ່ມະເຫສັກ
ທັງຫລັກ ເມຶອງສູ່ຫົນ ຈົ່ງໃຫ້ບູຊາເຄົ້າ
ພາກັນເອົາໃຈຕັ້ງ ທຳຕາມຮີດເກົ່າ
ນິມົນສັງຄະເຈົ້າ ຊຳຣະແທ້ສວດມົນ
ໃຫ້ຝູງຊົນເມືອງນັ້ນ ທຳກັນຢາ່ໄດ້ຫາ່ງ
ຊຳຣະເມືອງຢາ່ຄາ້ງ ຊິເສັຽເສົ້າຕຳ່ສູນ
ທຸກຊິແລ່ນວຸ້ນງ ມາໂຮມໃສ່ເຕັມເມືອງ
ມັນຊິເຄືອງຄຳຂັດ ຕຳ່ລົງສູນເສົ້າ
ໃຫ້ເຈົ້າທຳຕາມນີ້ ແນວກອນເຮົາກາ່ວ
ຈື່ງຊິສຸກຢູ່ສາ້ງ ສວັນຟາ້ ເກິ່ງກັນ
ທຸກຫມື່ນແສນຮອ້ຍຊັ້ນ ບໍ່ມີວາ່ມາພານ
ປານກັບເມືອງສວັນ ສຸກເກິ່ງກັນທຽມໄດ້

* ເດືອນເຈັດ ທຳບຸນບູຊາເທວະດາຟາ້ດິນ ອົງຂະຣັກຫລັກເມືອງ ຜີໄຮ່ນາຕາແຮກ .
໘. ພໍເຖິງເດືອນແປດໄດ້ ລ້ຳລວ່ງມາເຖິງ ຝູງຫມູ່ສັງໂຄຄຸນ ເຂົ້າວັດສາຈຳຈອ້ຍ
ທຳຕາມຮອຍຂອງເຈົ້າ ພຣະໂຄດົມທຳກອ່ນ ບໍ່ຫາລອນເລີກມາ້ງ ທຳແທ້ສູ່ພາຍ
ແລ້ວຈົ່ງພາກັນໄຝ່ ຫາຂອງເທທອດ ທຳທານຢາ່ໄດ້ຄາ້ນ ຫາເອົາໄວ້ຫມູ່ບຸນ
ຊິເປັນແນວຫມູນຍູ້ ສູ່ສວັນເທິງອາກາດ ເພິ່ນຈຶ່ງຕັດບອກໄວ້ ຮີດເກົ່າຄອງເດີມ
ຟັງໃຫ້ມັນດີຄັກ ຢາ່ໄລເດີເຈົ້າ ຈົ່ງໃຫ້ພາກັນເຂົ້າ ທຳທານຕັກບາດ
ໂອກາດມີຊອກຄົ້ນ ຂຸດກົ່ນຂຸມບຸນ ເອົາທຶນໄປພາຍຫນ້າ ສວັນພຸ້ນຢູ່ເຢັນ

* ເດືອນແປດ ບຸນເຂົ້າພັນສາ ທຳບຸນຕັກບາດຖວາຍພັຕຕາຫານ ແດ່ພຣະສັງຄະເຈົ້າ .

໙. ພໍເຖິງ ເດືອນເກົ້າແລ້ວ ເປັນກາງແຫ່ງວັສສະການ
ຝູງປະຊາຊາວເມືອງ  ກໍ ເລົ່າຕຽມຕົວ ພອ້ມ
ພາກັນ ທານຍັງເຂົ້າ ປະດັບດິນກິນກອ່ນ
ຍໍຍົກທານໃຫ້ເຈົ້າ ພຣະສົງພອ້ມ ສູ່ພາຍ
ທຳຈັ່ງຊີ້ບໍ່ຍາ້ຍ ເຖິງຂວບປີມາ
ພຣະຣາຊາໃນເມືອງ  ກໍ ຈົ່ງທຳຕາມເຄົ້າ
ຮີດຫາກມີມາແລ້ວ ວາງລົງໃຫ້ຖືຕໍ່
ຈຳໄວ້ເດີພໍ່ເຖົ້າ ຫລານເວົ້າກາ່ວຈາ

* ເດືອນເກົ້າ ບຸນເຂົ້າປະດັບດິນ ທຳບຸນຕັກບາດຫຍາດນ້ຳ ໄປໃຫ້ຍາດພີ່ນອ້ງຜູ້ລວ່ງລັບໄປແລ້ວ.

໑໐. ພໍເມື່ອເດືອນສິບແລ້ວ ທາຍົກທອດບົວບານ
ເບີກບຸນກຸສົນທານ ຕໍ່ມາສອງຊອ້ນ
ເຂົ້າສະລາກນຳໄປໃຫ້ ສັງໂຄທານທອດ
ພາກັນຫວັງຍອດແກ້ວ ນິພານພົ້ນທິ່ສູງ
ຝູງຫມູ່ລຸງອາວປາ້ ຄະນາເມືອງນອ້ມສົ່ງ
ສັດທາລົງທອດໄວ້ ທານໃຫ້ແຜ່ໄປ
ພາກັນອຸທິດໃຫ້ ຝູງເຜດເພໂຄ
ຮວ່ມກັນໂມທະນາ ສູ່ຄົນຈົນກຽ້ງ

* ເດືອນສິບ ຫໍ່ ເຂົ້າສະລາກ ໃນມື້ເພັງອຸທິດທານ ໃຫ້ຍາດມິດ ທີ່ ລວ່ງລັບໄປແລ້ວ ເຫມືອນກັບບຸນຫໍ່ ເຂົ້າປະດັບດິນ.

໑໑. ເຖິງເດືອນສິບເອັດແລ້ວ ກໍ ເປັນແນວທາງປອ່ງ
ເປັນຊອ່ງຂອງພຣະເຈົ້າ ເຄີຍເຂົ້າແລ້ວອອກມາ
ຈຳ ວັສສາມາແລ້ວ ສາມເດືອນກໍເລີຍອອກ
ຮຽກວາ່ອອກພັນສາ ປຣາວະນາກາ່ວໄວ້ ເຮົາໄດ້ ເລົ່າມາ

* ເດືອນສິບເອັດ ບຸນອອກພັນສາ ໄຫລເຮືອໄຟ ໄຕ້ໂຄມ

໑໒. ເດືອນສິບສອງມາແລ້ວ ລົມວອຍຫນາວສັ່ນ
ເດືອນນີ້ຫນາວສະບັ້ນ ບໍ່ ຄືແທ້ແຕ່ຫລັງ
ເດືອນນີ້ເພິ່ນວາ່ໃຫ້ ລົງທອດພາຍເຮືອ
ບູຊາຝູງນາໂຄ ນາກເນົາໃນພື້ນ
ຊື່ວາ່ອຸຊຸພະນາກ ສິບຫາ້ຕະກຸນບອກໄວ້ ໃຫ້ບູຊາເສືມສົ່ງ
ຈົ່ງໃຫ້ທຳທຸກບ້ານ ບູຊາທາ່ນນາໂຄ
ແລ້ວລົງໂມທະນາ ຊື່ນຊົມກັນຫລີ້ນ
ກາງເວັນກາງຄືນໃຫ້ ຣະງົມງັນຂັບເສບ
ຈີ່ງຊິສຸກຢູ່ສາ້ງ ສະບາຍເນີ້ອຢູ່ເຢັນ
ທຸກທັງຫລາຍຫລີກເວັ້ນ ຫນີຫາ່ງບໍ່ມີພານ
ຂອງສາມານທັງປວງ ບໍ່ມີມາໃກ້
ໃຜຜູ້ທຳຕາມນີ້ ຈະເຣືນຂື້ນຍິ່ງໆ
ທຸກສິງມີບໍ່ໄຮ້ ທັງເຂົ້າຫມູ່ຂອງ
ພັຍບໍ່ໄດ້ຖືກຕອ້ງ ລຳບາກໃນຕົວ ກາຍບໍ່ມີມົວຫມອງ ຢາ່ງໃດ້ພໍດີ
ມີແຕ່ສຸຂຂີລົ້ນ ຄອງຄົນສະນຸກຍ່ິງ
ອົດໃຫ້ຫລິງປອ່ງນີ້ ເຖືງເຖົ້າແກ່ຊະຣາ

* ເດືອນສິບສອງ ບຸນຊວ່ງເຮືອ ທອດກະຖິນຜາ້ປາ່ ກອງອັດຖະ.




Can you see the Lao fonts? Click here for viewing instructions.
 
 

| make a donation to Lao Vision |

Questions? Comments? about this site, please email webmaster@laovision.net