|
|||||||||||||||
|
ເລືອດລາວ ດວງເດືອນ ດວງດາຣາ ດິນລາວນີ້ ກວ້າງໃຫຍ່ໄພສານ ຕັ້ງແຕ່ໂບຮານມາ ເລືອດລາວທາອາບພື້ນ ບັນພະບຸຣຸດພອ້ມ ພາກັນກູ້ກຽດ ຫລາຍພຳ່ເສິກຮອບດ້ານ ຍວນຫໍ້ສູ້ບໍ່ຖອຍ ນຳ້ຂອງໄຫລນອງເອີ້ ແຕ່ເຫນືອຮອດໃຕ້ ເຫມືອນສາຍໂລຫິດລາວ ລັ່ງລົງບໍ່ມີຈື້ນ ສົງສານເດລຸງປ້າ ຊາວປະຊາຖືກບັງບຽດ ເພື່ອນບ້ານຮຸກຮານເຂົ້າ ເຂັນຂ້າບໍ່ໃຫ້ເຫລືອ ພູຜາປ່າດົງສູງ ຫມອກມົວຄວັນກຸ້ມ ເຫມືອນດັ່ງກັມລາວນີ້ ສ້າງມາແຕ່ຊາດກອ່ນ ເວນມານຳຈອ່ງກ້ຽວ ບໍ່ມີຮ້າງຫ່າງເຫີນ ເສິກຈີນບໍ່ທັນແລ້ວ ເສິກແກວຊຳ້ມາຕໍ່ ເສິກໄທຍເຜົາຮອດບ້ານ ວຽງຈັນຮ້າງເປົ່າແປນ ພູເບັ້ຍສູງທຽມຟ້າ ຄອນພະເພັງຟາດຝັ່ງ ຟຣັ່ງຕັດຕອ່ນພື້ນ ດິນລາວໃຫ້ແກ່ໄທຍ ຮອ້ງວ່າອິສານໃຕ້ ດິນລາວແທ້ແຕ່ເດີມ ຊຳ້ບໍ່ແລ້ວທໍ່ນັ້ນ ອະເມຣິກາມາບົ່ມ ຂົມຂື່ນໃຈເດເຈົ້າ ປະຢ້າວຖີ້ມເຮືອນ ພີ່ນອ້ງເອີຍ ພຸທທະທັມເປັນເຄົ້າ ລາວເຮົາຍໍຍົກ ບຸນຄຸນອີນພົມແຖນ ຊວ່ຍເປົ່າປັດເວນຮ້າຍ ຂໍໃຫ້ລ້າງກິ່ນເລືອດ ຄາວອັ່ງດິນລາວ ຂໍໃຫ້ປວງປະຊາ ຢູ່ຊຸ່ມເຢັນຫາຍຮ້ອນ ແດ່ທອ້ນ. |
||||||||||||||
| make a donation to Lao Vision | Questions? Comments? about this site, please email webmaster@laovision.net |
|||||||||||||||
|
|||||||||||||||